ຈັ່ງຊີ້ກໍຍັງຖາມ What a stupid question

ຕອບທຸກຄຳຖາມທີ່ທ່ານສົງໄສ. The original Lao Podcast that satisfies your curiosity.

EP25: ເປັນຫຍັງເວລາເດີນທາງໄປບ່ອນບໍ່ເຄີຍໄປແລ້ວຈຶ່ງຮູ້ສຶກວ່າດົນຈຶ່ງຮອດ?

ທ່ານຮູ້ບໍ່ວ່າການລຶ້ງທາງບໍ່ໄດ້ເຮັດໃຫ້ການເດີນທາງໄວຂຶ້ນ ແລະ ທ່ານຈະຮູ້ສຶກແນວໃດຖ້າມີຄົນບອກວ່າທ່ານເດີນທາງຮອດຈຸດຫມາຍຊ້າ ຍ້ອນມີຕົ້ນໄມ້ຖາມທາງ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມ ຮັບຟັງ podcast ຂອງເຮົາຕອນນີ້ໄດ້ເລີຍ

05-20
20:29

EP24: ເປັນຫຍັງເວລາເຫັນຄົນກິນສົ້ມແລ້ວຈຶ່ງນ້ຳລາຍແຕກ?

ທ່ານຮູ້ບໍວ່າຄົນທີ່ມີໂລກສ່ວນຕົວສູງຈະຜະລິດນ້ຳລາຍຕອນກິນສົ້ມຫລາຍກວ່າຄົນມັກເຂົ້າສັງຄົມ ແລະ ທ່ານຢາກຮູ້ບໍວ່າການທົດລອງກັບໝາບອກຫຍັງບາງຢ່າງໄດ້ກ່ຽວກັບຄົນຕິດການພະນັນ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.

04-29
26:42

EP23: ເປັນຫຍັງບາງຕົນຈຶ່ງນອນຫຼັບຕາບໍ່ແຈບ?

ທ່ານຮູ້ບໍວ່າບໍ່ວ່າມີສັດບາງຊະນິດທີ່ນອນຫຼັບຕາບໍ່ແຈບຄືຄົນ ແລະ ທ່ານເຄີຍຮູ້ບໍວ່າມີຄວາມເຊື່ອທີ່ວ່າຄົນນອນກັດແຂ້ວແມ່ນຄົນອົມທຸກ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.

04-22
27:14

EP21: ເປັນຫຍັງເວລາຍຸງກັດແລ້ວຈຶ່ງຄັນ?

ທ່ານຮູ້ບໍ່ວ່າ ຍຸງມັກຈະກັດຜູ້ຍິງຫຼາຍກວ່າຜູ້ຊາຍ ແລະ ທ່ານຄວນຈະເຮັດແນວໃດຖ້າຖືກຍຸງກັດ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.

04-01
24:04

EP20: ເປັນຫຍັງເວລາເດັກນ້ອຍຈາມແລ້ວຈຶ່ງວ່າໃຫຍ່ສູງ?

ທ່ານຮູ້ບໍ່ວ່າການຈາມບໍ່ສາມາດມືນຕາໄດ້ ແລະ ທ່ານຄວນຈະເຮັດແນວໃດຖ້າມີຄົນຈາມຕໍ່ໜ້າທ່ານ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.

03-22
21:18

Season 3: ມື້ໃດຈະມີຕອນໃໝ່ອອກມາ?

ສະບາຍດີທຸກຄົນ, ຍັງມີຄົນຖ້າຟັງຕອນໃໝ່ຢູ່ບໍ?

03-20
04:57

EP19: ເປັນຫຍັງການຟັງ​ (ພາສາອື່ນ) ຈຶ່ງງ່າຍກວ່າການເວົ້າ?

ທ່ານຮູ້ບໍວ່າບໍ່ຈຳເປັນຕ້ອງເວົ້າພາສາດຽວກັນກໍສາມາດເຂົ້າໃຈກັນໄດ້. ແລະ ທ່ານຮູ້ບໍວ່າໝູ່ຄູ່ທີ່ເຮົາຫຼິ້ນນຳມີຜົນຕໍ່ການເວົ້າພາສາ (ທີສອງ) ຂອງເຮົາ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.

06-19
20:17

EP18: ເປັນຫຍັງເຮົາຈຶ່ງໜັກຂີ້ກະດຽມຕົນເອງບໍໄດ້.

ທ່ານຮູ້ບໍວ່າການໜັກຂີ້ກະດຽມທີ່ເຮົາໃຊ້ຢອກກັນເຄີຍຖືກໃຊ້ເປັນການລົງໂທດມາກ່ອນ. ແລະ ທ່ານຮູ້ບໍວ່າການໜັກຂີ້ກະດຽມມີຜົນປະໂຫຍດຫຍັງແດ່. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ. ປລ. ສຽງຕຶກໆທີ່ທ່ານໄດ້ຍິນຕອນສອງຄົນເຮົາເວົ້າກັນຢູ່ນັ້ນແມ່ນສຽງຝົນຕົກເດີ ເຮົາຕັດອອກບໍ່ເປັນເລີຍປະໄວ້ເປັນບັນຍາກາດການສົນທະນາກາງທຳມະຊາດ :)

06-06
20:33

EP17: ເປັນຫຍັງຈຶ່ງເຮັດເລກຄູນກ່ອນເລກບວກ?

ທ່ານຮູ້ບໍ່ວ່າເຮົາບໍ່ຈຳເປັນຕ້ອງຄູນກ່ອນບວກສະເໝີໄປ ແລະ ທ່ານຮູ້ບໍວ່າວົງເລັບມີຄວາມສຳຄັນແນວໃດກັບວົງການຄະນິດສາດ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມ ຮັບຟັງ Podcast ຂອງເຮົາໄດ້ເລີຍ.

05-29
25:08

EP16: ເປັນຫຍັງນ້ຳມົນຈຶ່ງສັກສິດ?

ທ່ານຮູ້ບໍ່ວ່ານ້ຳທີ່ຟັງຄູບາເທດຈະມີຮູບຮ່າງງາມກວ່ານ້ຳທົ່ວໄປ ແລະ ທ່ານຈະເຮັດແນວໃດຖ້າຫາກນ້ຳທີ່ເຮົາໃຊ້ທຸກມື້ນີ້ຫາກມີຄວາມຈຳ. ລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມ ຮັບຟັງ Podcast ຂອງເຮົາໄດ້ເລີຍ

05-21
27:34

SS2 INTRO: ມື້ໃດລາຍການເຮົາຈະກັບມາ?

ສະບາຍດີທຸກຄົນ, ຍັງຈື່ກັນໄດ້ຢູ່ບໍ?

05-17
04:59

EP13: ເປັນຫຍັງຄົນອາເມຣິກາຈຶ່ງອອກມາປະທ້ວງ?

ເຈົ້າຮູ້ບໍວ່າແມ່ນຫຍັງທີ່ຄົນອາເມຣິກາຢ້ານກວ່າໂຄວິດ? ແລະ ລະບົບການຢຽດເຊື້ອຊາດແມ່ນຫຍັງ? ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ EP13 ຂອງເຮົາໄດ້ເລີຍ.

06-11
25:32

EP11: ແມ່ນໃຜເປັນຜູ້ຄິດຄົ້ນຄຳສັບໃນແຕ່ລະພາສາ?

ເຈົ້າຮູ້ບໍ່ວ່າ ພາສາເກີດມາຈາກການປ້ອງກັນໂຕເອງຈາກໄພອັນຕະລາຍ ແລະ ເຈົ້າຈະຮູ້ສຶກແນວໃດຖ້າໃນໂລກນີ້ບໍ່ມີພາສາ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ Ep11 ຂອງເຮົາໄດ້ເລີຍ

06-04
20:09

EP9: ເປັນຫຍັງເຮົາຈຶ່ງສະເອິ?

ເຈົ້າຮູ້(ເຊື່ອ)ບໍ່ວ່າ ນໍ້າເຕົ້າຮູ້ ສາມາດເຮັດໃຫ້ຄົນເຮົາເຊົາສະເອິ ແລະ ເຈົ້າຈະຮູ້ສຶກແນວໃດຖ້າຫາກເຈົ້າຕ້ອງສະເອິເປັນເວລາຫຼາຍສິບປີແບບຕໍ່ເນື່ອງ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ Ep9 ຂອງເຮົາໄດ້ເລີຍ.

05-14
24:06

EP8: ເປັນຫຍັງຈຶ່ງກ່ຽວນິ້ວກ້ອຍແທນການສັນຍາ?

ເຈົ້າຮູ້ບໍ່ວ່າ ການສັນຍາເກາະນິ້ວກ້ອຍທີ່ໜ້າຮັກນັ້ນ ແມ່ນມີທີ່ມາຈາກກຸ່ມມາເຟຍ ແລະ ຈະເປັນແນວໃດຖ້າຫາກເຈົ້າຜິດຄໍາສັນຍາ. ເຊິ່ງເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ EP8 ຂອງພວກເຮົາໄດ້ເລີຍ.

05-07
17:29

EP7: ໃຈບໍ່ເຖິງຫ້າມຟັງ!

ສຳລັບ EP ນີ້, ມີຂໍ້ມູນທີ່ບໍ່ເໝາະສົມກັບທຸກຄົນ. ສະນັ້ນ, ຄົນທີ່ໃຈບໍເຖິງແມ່ນຫ້າມຟັງເດັດຂາດ.

04-30
22:13

EP6: ເປັນຫຍັງເວລາຂຽນຄຳຖາມຈຶ່ງໃຊ້ໝາຍຖາມ?

ເຈົ້າຮູ້ບໍວ່າ ຄວາມຂີ້ຄ້ານ ແລະ ມັກງ່າຍ ເຮັດໃຫ້ພວກເຮົາມີ ສັນຍາລັກ/ເຄື່ອງໝາຍ ທີ່ໃຊ້ໃນການຂຽນ ແລະ ເຈົ້າຮູ້ບໍວ່າຖ້າຝົນບໍ່ຕົກເຮົາອາດຈະບໍ່ມີສັນຍາລັກລູກສອນໃນມື້ນີ້. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງໃນ Podcast EP6 ຂອງພວກເຮົາໄດ້ເລີຍ.

04-20
23:09

EP5: ເປັນຫຍັງຄົນຈຶ່ງລຶ້ງມືຂວາຫຼາຍກວ່າມືຊ້າຍ?

ເຈົ້າຮູ້ບໍ່ວ່າ ແມ່ມົດ ແລະ ຜີສາດ ມີສ່ວນເຮັດໃຫ້ຄົນເຮົານໍາໃຊ້ມືຂວາ ຫຼາຍກວ່າມືຊ້າຍ ແລະ ເຈົ້າເຄີຍສົງໄສບໍວ່າໂຕສັດ ຈະຖະໜັດເບື້ອງໃດຫຼາຍກວ່າ ເຊິ່ງວ່າເລື່ອງລາວຈະເປັນແນວໃດນັ້ນ ເຊີນຮັບຟັງ Podcast EP5 ຂອງເຮົາໄດ້ເລີຍ.

04-09
20:49

EP4: ເປັນຫຍັງຄົນລາວສ່ວນຫຼາຍຈຶ່ງໂຍງຄວາມຝັນເປັນຕົວເລກ

ເຈົ້າຮູ້ບໍ່ວ່າ ແມວດຳ ແລະ ຄົນຖືພາ ສາມາດຊ່ວຍເຮັດໃຫ້ຄົນຖືກເລກໄດ້. ແລະ ເຈົ້າຮູ້ບໍ່ວ່າຄົນແປກໜ້າທີ່ເຈົ້າເຫັນໃນຝັນນັ້ນພວກເຂົາແມ່ນໃຜ. ເລື່ອງລາວຈະເປັນແນວໃດ ເຊີນຕິດຕາມໄດ້ໃນ EP4 ຂອງພວກເຮົາໄດ້ເລີຍ.  ປລ. ໃຜຢາກຖືກເລກຢ່າລືມຟັງ

03-30
20:39

EP3: ເປັນຫຍັງເຮົາຈຶ່ງຕ້ອງເຮັດວຽກແຕ່ວັນຈັນຮອດວັນສຸກ?

ເຈົ້າຮູ້ບໍວ່າ ຖ້າບໍ່ມີຄົນເມົາຄ້າງ ແລະ ລົດຝອດ, ພວກເຮົາກໍອາດຈະບໍ່ໄດ້ພັກໃນວັນເສົາ ແລ ອາທິດ ແລະ ເຈົ້າຈະເຮັດແນວໃດ ຖ້າວ່າປະເທດເຮົານໍາໃຊ້ປະຕິທິນທີ່ 1 ເດືອນມີ 6 ອາທິດ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມ ແລະ ຮັບຟັງ ໃນ Podcast EP3 ຂອງພວກເຮົາໄດ້ເລີຍ

03-26
18:28

Recommend Channels