DiscoverSBS Lao - SBS ພາ​ສາ​ລາວ
SBS Lao - SBS ພາ​ສາ​ລາວ
Claim Ownership

SBS Lao - SBS ພາ​ສາ​ລາວ

Author: SBS

Subscribed: 165Played: 3,387
Share

Description

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
818 Episodes
Reverse
ທະນາຍຄວາມ ເລື່ອງສິດທິມະນຸດກ່າວວ່າ ການລົງໂທດການປະທ້ວງ ຂອງກຸ່ມ neo-Nazi ເບິ່ງຄືວ່າເປັນສອງມາດຕະຖານ ສໍາລັບຣັດຖະບານຂອງຣັດ ທີ່ສນັບສນູນການລົງໂທດ ແລະຂໍ້ຈໍາກັດການປະທ້ວງທີ່ຮຸນແຮງ. ການປະທ້ວງນັ້ນ ໄດ້ຮັບອະນຸຍາດຈາກຕໍາຫລວດ New South Wales ພາຍໃຕ້ກົດຫມາຍ ຂອງການປະທ້ວງຂອງຣັດ. ໃນຣັດNew South Wales, ການປະທ້ວງ ສາມາດຂໍອະນຸຍາດ ໂດຍການສົ່ງຄຳຮ້ອງທີ່ເອີ້ນວ່າ 'Form1' ຢ່າງຫນ້ອຍເຈັດມື້ ແລະຖ້າສານບໍ່ໄດ້ສັ່ງຫ້າມການຊຸມນຸມນັ້ນ, ມັນກໍຈະຖືວ່າ ເປັນການຊຸມນຸມທີ່ໄດ້ຮັບອະນຸຍາດ.
ຜູ້ແທນພັກ Democrat ໃນຄນະກໍາມະການດູແລ ແລະການປະຕິຮູບຣັດຖະບານ ຂອງສະພາ (the House Committee on Oversight and Government Reform) ໄດ້ເຜີຍແພ່ emails ຈາກສົມບັດຂອງ Jeffrey Epstein ທີ່ກໍ່ໃຫ້ເກີດຄໍາຖາມໃຫມ່ ກ່ຽວກັບຄວາມຮູ້ຂອງ Donald Trump ກ່ຽວກັບການລ່ວງລະເມີດຂອງ Epstein ຕາມທີ່ກ່າວຫາ.
ໃນຂນະທີ່ໄວລຸ້ນຫລາຍພັນຄົນ ສເລີມສລອງການສິ້ນສຸດ ຂອງປີ 12,ເຂົາເຈົ້າໄດ້ຮັບການເຕືອນ ເຖິງຄວາມສ່ຽງທີ່ມາຈາກການດື່ມເຄື່ອງມຶນເມົາ, ໂດຍສະເພາະຢູ່ຕ່າງປະເທດ. ການຣົນນະຣົງນີ້ ໃຫ້ຄໍາແນະນໍາແກ່ໄວລຸ້ນ ແລະພໍ່ແມ່ ກ່ຽວກັບການດື່ມເຄື່ອງມຶນເມົາ ໃນປະຣິມານທີ່ພໍສົມຄວນ, ດູແລຫມູ່ເພື່ອນ, ແລະຄວາມສ່ຽງທີ່ເກີດຈາກເຄື່ອງດື່ມທີ່ບໍ່ມີປ້າຍ, ລາຄາຖືກ ຫລືໜ້າສົງໄສ.
ການເອີ້ນຄືນດິນຊາຍຫລິ້ນສີທີ່ນຳເຂົ້າ (Imported coloured play sand) ທົ່ວປະເທດ ທີ່ປົນເປື້ອນດ້ວຍ Asbestos ໄດ້ຂຍາຍຜົນກະທົບຂອງມັນກວ້າງຂຶ້ນ. ບັດນີ້ ມີການປິດໂຮງຮຽນ ແລະຄວາມພຍາຍາມໃນການແກ້ໄຂທົ່ວSouth Australia, ACT ແລະ Tasmania ເພາະຄວາມເປັນຫ່ວງກ່ຽວກັບການປົນເປື້ອນ.
ໜ່ວຍງານຕໍ່ຕ້ານການທຸດຈະຣິດຂອງ Ukraine (National Anti-Corruption Bureau) ໄດ້ດໍາເນີນການສອບສວນຄັ້ງໃຫຍ່, ຊຶ່ງກ່ຽວຂ້ອງກັບການກ່າວຫາວ່າ ມີເງິນໃນການທຸດຈະຣິດ ປະມານ 100 ລ້ານໂດລາ ໃນພາກພະລັງງານ ແລະປະທານາທິບໍດີ Volodymyr Zelenskyy, ໄດ້ຮຽກຮ້ອງໃຫ້ຖອດຖອນ ຣັດຖະມົນຕີ ກະຊວງຄວາມຍຸດຕິທັມ ແລະພະລັງງານ ຂອງປະເທດຊຶ່ງຖືກກ່າວຫາວ່າມີສ່ວນໃນການທຸດຈະຣິດຄັ້ງນີ້.
ການຈໍາແນກເຊື້ອຊາດ ຢູ່ບ່ອນທໍາງານເປັນພັຍພິບັດ. ມັນເປັນບັນຫາທີ່ກະທົບກະເທືອນ ຕໍ່ຜູ້ຄົນໃນທຸກຂັ້ນຕອນຂອງວຽກງານ, ມັນຫຼຸດຄ່າຂອງຜູ້ຄົນໃຫ້ຫນ້ອຍລົງ, ແລະມັນສ້າງຄວາມເສັຍຫາຍ ຕໍ່ເສດຖະກິດ ແລະສັງຄົມຂອງເຮົາໂດຍທົ່ວໄປ ແຕ່ພະນັກງານອົບພະຍົບ ໃນເຂດພູມີພາກ ມີຄວາມສ່ຽງຕໍ່ການຖືກເອົາປຽບທາງເຊື້ອຊາດ ເປັນພິເສດ.
ລາຍງານກ່ຽວກັບຄວາມເຈັບປວດຂອງຜູ້ຍິງຖືກຫລໍ່ຫລອມໂດຍປະສົບການຂອງຜູ້ຍິງ ແລະເດັກນ້ອຍຜູ້ຍິງ 13,000 ຄົນ. ລາຍງານໄດ້ເປີດເຜີຍຊ່ອງວ່າງທາງສຸຂະພາບລະຫວ່າງເພດ, ປະສົບການຂອງອະຄະຕິທາງການແພດ, ການຈໍາແນກເລື່ອງເພດ ແລະການກຽດຊັງຜູ້ຍິງ, ແລະຄວາມຮູ້ສຶກທີ່ຖືກລະເລີຍ ຫລືຖືກປະຕິເສດ ໂດຍທ່ານຫມໍ ແມ່ນແພ່ໄປທົ່ວລະບົບສຸຂະພາບຂອງຣັດ Victoria.
ຊາວອອສເຕຣເລັຍ ໃນສາມຣັດ ຈະໄດ້ຮັບໄຟຟ້າຟຣີສາມຊົ່ວໂມງ ໃນຕອນກາງເວັນ, ພາຍໃຕ້ໂຄງການ ແບ່ງປັນພະລັງງານງານແສງອາທິດ ຢ່າງຫລວງຫລາຍ ທີ່ເກັບກ່ຽວໃນເວລາທີ່ບໍ່ແມ່ນຊົ່ວໂມງທີ່ມີຄວາມຕ້ອງການສູງ. ແຜນນັ້ນ ໄດ້ຮັບການຕ້ອນຮັບ ໂດຍກຸ່ມສະພາບແວດລ້ອມ, ແຕ່ບາງຄົນ ໃນຝ່າຍຄ້ານບໍ່ປະທັບໃຈ.
ມັນເປັນອາດຊະຍາກັມເທື່ອຫຼ້າສຸດ ຂອງພິພິດທະພັນ the Louvre. ວັດຖຸແປດອັນ ໄດ້ຖືກລັກໄປ, ຮວມທັງສາຍຄໍມໍຣະກົດ ແລະເພັດ ທີ່ Napoleon ໄດ້ມອບໃຫ້ Marie Louise ພັນລະຍາຂອງລາວ, ແລະມົງກຸດໃນສັດຕະວັດທີ 19 ຂອງ Empress Eugenie, ພັນລະຍາຂອງ Napolean ທີສາມ ແລະ ປະທານທິບໍດີຝຣັ່ງ, Emmanuel Macron, ກ່າວວ່າກໍາລັງເຮັດທຸກວິທີທາງ ເພື່ອຈັບຜູ້ທີ່ຢູ່ເບື້ອງຫລັງ ການປຸ້ນຄັ້ງນີ້.
ຄວາມເມື່ອຍໜ່າຍ (Burnout) ມີລັກສນະແນວໃດ? ຄວາມເມື່ອຍໜ່າຍ ສາມາດສະແດງອອກ ໃນທາງທີ່ແຕກຕ່າງກັນ ແຕ່ຜູ້ຊ່ຽວຊານບອກວ່າ ມີສັນຍານທົ່ວໄປສອງສາມຢ່າງ ທີ່ບໍ່ຄວນລະເລີຍ. ສິ່ງເຫຼົ່ານີ້ ລວມເຖິງຄວາມຮູ້ສຶກໂດດດ່ຽວ, ຂຸ່ນເຄືອງ ແລະຂາດພະລັງງານ. ຄວາມເມື່ອຍໜ່າຍ ອາດຫມາຍເຖິງຄວາມຮູ້ສຶກ ບໍ່ພໍໃຈກັບວຽກ ຫຼືເຊົາເຮັດວຽກ ທີ່ທ່ານເຄີຍໃຫ້ຄວາມສຳຄັນ. ມັນສາມາດ ເປັນທາງຮ່າງກາຍເຊັ່ນກັນ, ບາງຄັ້ງກໍໄປສູ່ຄວາມເຈັບປວດຫົວ ແລະຄວາມເຈັບປວດຕາມຮ່າງກາຍຫຼາຍຂຶ້ນ, ພ້ອມທັງການລົບກວນຂອງການນອນ.
ໃນອອສເຕຣເລັຍ, ປະມານ ຫນຶ່ງໃນສີ່ຄົນ ທີ່ມີອາຍຸສູງກວ່າ 65 ປີ ປະສົບກັບການລົ້ມ ຢ່າງຫນ້ອຍຫນຶ່ງເທື່ອໃນແຕ່ລະປີ ແລະມັນເປັນສາເຫດສໍາຄັນ ຂອງການບາດເຈັບ, ການເຂົ້າໂຮງຫມໍ ແລະການຕາຍ ໃນບັນດາຜູ້ສູງອາຍຸ ຊາວອອສເຕຣເລັຍ. ການປ້ອງກັນການລົ້ມ ບໍ່ໄດ້ເປັນເລື່ອງງ່າຍ, ໂດຍສະເພາະຢ່າງຍິ່ງ ເມື່ອພາສາ ຂັດຂວາງການຮັບຮູ້.
ທີ່ມະຫາວິທະຍາລັຍ Veterinary Medicine ໃນ Vienna ພົບວ່າ ໝາບາງສາຍພັນ ມີການເສບຕິດກັບຂອງຫຼິ້ນຂອງພວກມັນ ຊຶ່ງຄ້າຍຄືກັນກັບ ການເສບຕິດໃນມະນຸດ... ແຕ່ບໍ່ມີຫຼັກຖານທາງວິທຍາສາດທີ່ຈະຮອງຮັບເລື້ອງນີ້ ແຕ່ມັນເປັນການສັງເກດໂດຍທົ່ວໄປເທົ່ານັ້ນ.
ຣັດ California ຈະກໍາຈັດອາຫານ ແປຮູບພິເສດ (Ultraprocessing Foods) ບາງຢ່າງ ຈາກອາຫານໂຮງຮຽນ ໃນທົດສະວັດໜ້າ ພາຍໃຕ້ກົດຫມາຍທໍາອິດໃນປະເທດ ທີ່ຖືກລົງນາມໂດຍຜູ້ປົກຄອງ Gavin Newsom. ໂຮງຮຽນຈະຕ້ອງເລີ່ມເອົາອາຫານເຫລົ່ານັ້ນ ອອກຈາກລາຍການຂອງເຂົາເຈົ້າ ພາຍໃນເດືອນກໍລະກົດ ປີ 2029, ແລະເຂດການສຶກສາ ຈະຖືກຫ້າມ ບໍ່ໃຫ້ຂາຍອາຫານເຫຼົ່ານັ້ນ ເປັນອາຫານເຊົ້າ ຫລືອາຫານທ່ຽງ ພາຍໃນເດືອນກໍລະກົດ ປີ 2035.
ເປັນຫຍັງອອສເຕຣເລັຍ ຈຶ່ງບໍ່ມີກົດຫມາຍສິດທິມະນຸດ ໃນລະດັບຣັຖບານກາງ, ຊຶ່ງແຕກຕ່າງຈາກ New Zealand ແລະປະເທດອັງກິດ? ເຖິງແມ່ນວ່າ ມີສິດທິທີ່ຖືກປົກປ້ອງ ໂດຍຣັຖທັມມະນູນ; ແລະມີກົດຫມາຍ ຕໍ່ຕ້ານການເລືອກປະຕິບັດ* ຂອງຣັຖບານກາງ ແຕ່ກໍ ມີກົດຫມາຍສິດທິມະນຸດ ທີ່ແຕກຕ່າງກັນ, ຍົກຕົວຢ່າງໃນ Victoria, ACT ແລະ Queensland.
ດ້ວຍວ່າສ່ວນຫນຶ່ງແມ່ນຄວາມໄວຂອງຊີວິດ... ການນຳໃຊ້ເຄື່ອງມືຕິດຕາມໂຕ ກໍມີຫຼາຍຂຶ້ນ. ຜູ້ຊ່ຽວຊານບາງຄົນກໍຄິດວ່າເປັນການດີ... ແຕ່ບາງຄົນກໍເວົ້າວ່າຈະເຮັດໃຫ້ມີຄວາມເປັນສ່ວນໂຕຫຼຸດໜ້ອຍລົງແລະອິດສຣະພາບຈະຖືກຈຳກັດ.
ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບພະລັງງານນິວເຄລັຍ, ເຖິງແມ່ນວ່າ ຈະເສັຍໄຊໃນການເລືອກຕັ້ງ ດ້ວຍນະໂຍບາຍ ພະລັງງານນິວເຄລັຍກໍຕາມ. ແຕ່ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບນະໂຍບາຍນີ້ອີກເທື່ອໜຶ່ງ ໂດຍອ້າງເຖິງຄວາມກ້າວໜ້າຂອງດ້ານນີ້ໃນສະຫະຣັດອາເມຣິກາ.
ຄວາມເຫງົາໃນບັນດາຜູ້ຊາຍ ຖືກອະທິບາຍວ່າເປັນ "ວິກິດ" ໃນອອສເຕຣເລັຍ, ແລະເບິ່ງຄືວ່າກໍາລັງເພີ່ມຂຶ້ນ. ການສຶກສາຄົ້ນຄວ້າຂອງອອສເຕຣເລັຍເມື່ອບໍ່ດົນມານີ້ ສາມາດໃຫ້ຄໍາຕອບວ່າ ເປັນຫຍັງຜູ້ຊາຍຈຶ່ງເບິ່ງຄືວ່າ ກໍາລັງດີ້ນລົນກັບຄວາມເຫງົາຫຼາຍຂຶ້ນ.
ນີ້ເປັນການປິດຣັຖບານ ຄັ້ງທີ 15 ນັບແຕ່ປີ 1981. ເຫດການນີ້ເກີດຂຶ້ນເພາະວ່າສະພາ Congress ບໍ່ສາມາດຕົກລົງກັນ ເລື່ອງຮ່າງກົດ ໝາຍງົບປະມານໃຫມ່ ກ່ອນວັນທີ 30 ເດືອນກັນຍາໄດ້. ໃນຂນະທີ່ພັກ Republican ຄວບຄຸມທັງສອງສະພາ, ໃນສະພາສູງ ເຂົາເຈົ້າຕ້ອງມີ 60 ສຽງເພື່ອຜ່ານກົດຫມາຍການໃຊ້ຈ່າຍ, ຊຶ່ງຫມາຍຄວາມວ່າ ເຂົາເຈົ້າຕ້ອງເຈຣະຈາກັບຝ່າຍ Democrats ເພື່ອຜ່ານກົດຫມາຍ ທີ່ຈະອະນຸມັດເງິນສໍາລັບໜ່ວຍງານ ແລະບໍຣິການຂອງຣັຖບານ.
ພະຍາບານຫລາຍສິບພັນຄົນທົ່ວປະເທດ ຈະສາມາດຍົກລະດັບຄວາມຊໍານານ ໃນການສັ່ງຢາ ຊຶ່ງຕາມປົກກະຕິແລ້ວ ຈະເຮັດໂດຍທ່ານຫມໍ. ມັນເປັນການປະຕິຮູບ ທີ່ສາມາດປ່ຽນສະພາບການທາງການແພດ ໃນອອສເຕຣເລັຍ... ແລະຊີວິດຂອງຜູ້ປ່ວຍຈຳນວນຫລາຍ.
ໃນປີ 2065 ຄາດວ່າຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ຈະຢູ່ກັບພາວະສມອງເສື່ອມ ເພາະຈໍານວນຜູ້ຄົນມີອາຍຸສູງຂຶ້ນ. ພັນທຸກັມ ແລະວິຖີຊີວິດ ກໍມີບົດບາດຄືກັນ ໃນການເປັນໂຣກນີ້. ແຕ່ໃນປີ 2024, ວາຣະສານ Lancet Journal ລະບຸປັດຈັຍອັນຕະຣາຍ 14 ຢ່າງທີ່ສາມາດປ່ຽນແປງໄດ້, ຮວມທັງການບາດເຈັບໃນສມອງ, ພາວະຊຶມເສົ້າ, ໂຣກອ້ວນ, ຂາດການອອກກໍາລັງກາຍ, ດື່ມເຄື່ອງມຶນເມົາຫລາຍເກີນໄປ, ການສູນເສັຍການໄດ້ຍິນ ແລະການໂດດດ່ຽວທາງສັງຄົມເປັນຕົ້ນ ຊຶ່ງສາມາດຫລຸດອັດຕາ ໄດ້ເຖິງຫນຶ່ງສ່ວນສາມ.
loading
Comments (1)

Milania Greendevald

A fire is an emergency that can pose a threat to life and property. However, you can take control of fire safety issues by providing yourself with the necessary fire extinguishing equipment and knowledge of how to use them. On this site https://www.firerescue.com.au/ you can find a lot of valuable information on this matter.

Oct 1st
Reply